Tip:
Highlight text to annotate it
X
ຮັກບໍຣິສຸດມີແທ້ບໍ່?
ຮັກເອີຍຮັກ ບໍຣິສຸດ ຜຸດຜ່ອງໃສ
ນັ້ນມີກັນ ຢູ່ໃສ ໃຫ້ເຫັນນໍ
ຫລືເປັນພຽງ ພາບເຮົາ ເຝົ້າເຍີນຍໍ
ທີ່ບໍ່ມີ ວັນພົບພໍ້ ເປັນຈິງເລີຍ
ຕໍ່ຄົນອື່ນ ອ້າຍບໍ່ອາດ ເວົ້າໄດ້ເລີຍ
ແຕ່ຕໍ່ກັບ ຊາມເຊີຍ ບໍ່ເຫີຍນີ້
ບໍຣິສຸດ ດັ່ງນໍ້າຄ້າງ ກາງຣືດີ
ມອບເທວີ ທີ່ອ້າຍຮັກ ປະຈັກຊວງ
ບອກໄດ້ວ່າ ຄວາມຮັກນີ້ ມິວັນສູນ
ມິວັນມຸ່ນ ທະລາຍ ຫາຍດັບສິ້ນ
ຕໍ່ອ້າຍນີ້ ເຖີງວັນ ຈະດັບດິ້ນ
ຈະຍັງມີ ແຕ່ຍູພິນ ຈົນສິ້ນລົ