Tip:
Highlight text to annotate it
X
ອົງເທບໄທ້ ຫລືໃດ ໃນຕົວນ້ອງ
ຈຶ່ງເຮັດໃຫ້ ອ້າຍປອງ ຄອງຄຽງຊິດ
ພຽງເຫັນຫນ້າ ກໍແສນ ຕຣາຕຣຶ້ງຈິດ
ແມ້ພຽງນິດ ຍີ້ມໃຫ້ ໃຈຊື່ນບານ
ຫລືຟ້ານັ້ນ ຕັ້ງສ້າງນ້ອງ ມາໃຫ້ອ້າຍ
ເປັນແຮງໃຈ ໃຫ້ສູ້ຊົນ ຈົນເຖີງທີ່
ຈຶ່ງບໍ່ຫວັ່ນ ເກງກົວ ໄພມາກມີ
ພຽງຄົນດີ ຢູ່ຄຽງຂ້າງ ຈະຖາງທາງ
ອ້າຍເຊື່ອວ່າ ທາງຂ້າງຫນ້າ ຈະໄປເຖີງ
ເຖີງນານເຫີງ ຈະຂໍເພິ່ງ ຄວາມດີໃຫ້
ເອົາອົດທົນ ປົນໃຈແກ່ງ ເປັນແຮງໃຈ
ໄປເສີມໃຫ້ ໃຝ່ຄ້ວານ້ອງ ປອງດັ່ງຝັນ